ອາເມຣິກາ ເນລະເທດເຈົ້າໜ້າທີ່ ການທູດ ຣັດເຊຍ
ວິທະຍຸກະຈາຍສຽງ ຫວຽດນາມ ເປີດເຜີຍວັນທີ 7 ຕຸລາ ວ່າ: ກະຊວງການຕ່າງປະເທດ ສ ອາເມຣິກາ ໄດ້ປະກາດເນລະເທດເຈົ້າໜ້າ
ທີ່ສະຖານທູດ ສ ຣັດເຊຍ ປະຈຳ ວໍຊິງຕັນ 2 ທ່ານອອກ, ເພື່ອຕອບໂຕ້ ເລື່ອງກ່ອນໜ້ານັ້ນ ຣັດເຊຍ ໄດ້ເນລະເທດນັກການທູດ ອາເມຣິກາ 2
ທ່ານອອກຈາກສະຖານທູດຂອງຕົນ ປະຈຳ ມົດສະກູ.
ໂຄສົກກະຊວງການຕ່າງປະເທດ ອາເມຣິກາ ຊີ້ແຈ້ງວ່າ: ເພື່ອຕອບໂຕ້ ສະຫະພັນຣັດເຊຍ ເນລະເທດນັກການທູດອາເມຣິກາ 2 ທ່ານ
ຈາກສະຖານທູດ ປະຈຳ ມົດສະກູ ແລະ ໂຕ້ຄືນດ້ວຍການປະກາດເນລະເທດ ເຈົ້າໜ້າທີ່ 2 ທ່ານຂອງສະຖານທູດ ຣັດເຊຍ ທີ່ເຄື່ອນໄຫວຢູ່
ອາເມຣິກາ ແມ່ນສ່ວນບຸກຄົນບໍ່ໄດ້ຕ້ອນຮັບ. ສຳນັກຂ່າວສານ RIA ຣັດເຊຍ ໄດ້ຢັ້ງຢືນເຫດການເນລະເທດນີ້ ແລະ ເອີ້ນວ່າ: ບໍ່ມີເຫດຜົນ
ພ້ອມທັງກ່າວວ່າ, ວໍຊິງຕັນ ຖືເລື່ອງມົດສະກູ ເນລະເທດນັກການທູດ ອາເມຣິກາ 2 ທ່ານ “ທີ່ຖືກຈັບຕົວຍ້ອນເຂົ້າຮ່ວມການເຄື່ອນໄຫວສືບ
ສອດແນມ” ໃນວັນທີ 14 ກັນຍາ ຜ່ານມາ, ແມ່ນໃຊ້ເປັນຂໍ້ອ້າງອີງເທົ່ານັ້ນ.
ການພົວພັນ ອາເມຣິກາ - ຣັດເຊຍ ຕົກເຂົ້າສູ່ສະພາບການຕົກຕ່ຳທີ່ສຸດໃນຮອບ 60 ປີ, ຍ້ອນການປະທະກັນລະຫວ່າງ ຣັດເຊຍ ກັບ
ອູແກຣນ. ອາເມຣິກາ ໄດ້ສະໜອງອາວຸດທີ່ກ້າວໜ້າໃຫ້ແກ່ ກີແອບ ແລະ ຈັດວາງບັນດາມາດຕະການລົງໂທດຕ້ານ ຣັດເຊຍ ມາໂດຍຕະຫຼອດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/10/2023